ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ​ຮາ​ມາ​​ສ ຢືນຢັນ​ຈະ​ເດີນ​ໜ້າ​ເຈ​ລາ​ຈາ​ຢຸດ​ຍິງ

     ສຳນັກ​ຂ່າວ​ບີ​ບີ​ຊີ​ລາຍ​ງານ​ໃນ ​ວັນ​ທີ 5 ມີນາ ໃຫ້​ຮູ້​ວ່າ: ກຸ່ມ​ຮາ​ມາດ​​ສ​ອອກ​ມາ​ຢືນຢັນ​ຈະ​ເດີນ​ໜ້າ​ເຈ​ລາ​ຈາ ທີ່​ນະຄອນຫຼວງ​ເລີ​ແກ ປະເທດ
ເອ​ຢິບ ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ ເຖິງ​ແມ່ນ​ວ່າ​ຝ່າຍ ອິດ​ສະ​ຣາ​ແອນ ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ດັ່ງກ່າວ​ກໍ​ຕາມ. ຕົວ​ແທນ​ຂອງ​ກຸ່ມ​ຮາ​ມາ​ສ
ລາຍ​ງານ​ວ່າ: ການ​ເຈລະຈາ​ທີ່​ນະຄອນຫຼວງ​ເລີ​ແກ ປະເທດ​ເອ​ຢິບ ​ໄດ້​ດຳເນີນ​ມາ​ເປັນ​ວັນ​ທີ 2 ແລ້ວ ເຖິງ​ແມ່ນ​ວ່າ​ຝ່າຍ​ ອິດ​ສະ​ຣາ​ແອນ​ ຈະ​ປະຕິ
ເສດ​ການ​ເຂົ້າ​ຮ່ວມ​ເຈລະຈາ​ກໍ​ຕາມ.

     ໂດຍ​ຂະນະ​ນີ້, ຕົວ​ແທນ​ຂອງ​ກຸ່ມ​ຮາ​ມາ​​ສ, ສະຫະລັດ​ອາ​ເມ​ຣິ​ກາ, ເອ​ຢິບ ແລະ ກາ​ຕ້າ ກຳລັງ​ດຳເນີນ​ການ​ເຈລະຈາ ເປົ້າ​ໝາຍ​ຂອງ​ການ​ເຈລະ
ຈາ​ຄັ້ງ​ດັ່ງກ່າວ ​ແມ່ນ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ຄັ້ງ​ທຳ​ອິດ​ໃນ​ຮອບ 5 ເດືອນ ທ່າມກາງ​ຄວາມ​ຫວັງ​ຂອງ​ຫຼາຍ​ຝ່າຍ​ວ່າການ​ຢຸດ​ຍິງ​ດັ່ງກ່າວ​ຈະ​ເກີດ​
ຂຶ້ນ​ໃນ​ບໍ່​ຊ້າ​ນີ້.

     ຂ່າວ​ຍັງ​ລະບຸ​ອີ​ກວ່າ: ທາງ​ການ​ຂອງ​ ອິດ​ສະ​ຣາ​ແອນ​ ໄດ້​ແຈ້ງ​ຕໍ່​ຕົວ​ແທນ​ຂອງ​ຄະນະ​ເຈລະຈາ​ຂອງ ເອ​ຢິບ ແລະ ກາ​ຕ້າ​ວ່າ: ອິ​ສະ​ຣາ​ແອນ ຈະ​
ຢຸດຕິ​ການ​ເຈລະຈາ​ຢຸດ​ຍິງ ຈົນ​ກວ່າ​ກຸ່ມ​ຮາ​ມາ​​ສ​ຈະ​ສົ່ງ​ລາຍ​ຊື່​ສະ​ເລີຍ​ເສິກ​ທັງ​ຍັງ​ມີ​ຊີວິດ​ຢູ່​ໃນ​ເຂດ​ກາ​ຊາ​ໃຫ້​ແກ່​ຝ່າຍ ​ອິດ​ສະ​ຣາ​ແອນ. ນອກ​ນີ້, ອິດ
​ສະ​ຣາ​ແອນ ຍັງ​ຕ້ອງການ​ຮັບ​ຄຳ​ຕອບ​ຈາກ​ກຸ່ມ​ຮາ​ມາ​​ສ​ກ່ຽວ​ກັບ​ຈຳນວນ​ນັກໂທດ​ຂອງ​ ປາ​ແລັດ​ສະ​ຕິນ ​ທີ່ ​ຮາ​ມາ​​ສ​ ຕ້ອງ​ປ່ອຍ​ໂຕ​ຕາມ​ຂໍ້​ຕົກລົງ​ແລກ
ປ່ຽນ​ສະ​ເລີຍ​ເສິກ​ກັບ ອິດ​ສະ​ຣາ​ແອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/03/2024